ໜ້າທຳອິດ

 ***************************************
ວິທະຍາໄລສົງຄ໌ ຈຳປາສັກເປີດຮັບນັກສຶກສາໃຫ່ມ
ພ.ສ 2557 

                    ປະຫວັດໂຮງຮຽນວິທະຍາໄລສົງຄ໌ ຈຳປາສັກ

                       History Of Champasak Sangha College


ປະຫວັດວິທະຍາໄລຄູສົງ ຈໍາປາສັກ

   I.      ສະພາບລວມຂອງວິທະຍາໄລຄູສົງຈໍາປາສັກ.
ທີ່ຕັ້ງ ແລະ ບໍລິເວນ
        ໂຮງຮຽນວິທະຍາໄລຄູສົງຈໍາປາສັກ ແຫ່ງທີ 2 ຂອງປະເທດລາວ ເຊິງຕັ້ງຢູ່ວັດຫຼວງ ຕິດກັບຖະໜົນເລກທີ 13 ໃຕ້. ເມືອງປາກເຊ ແຂວງຈໍາປາສັກ ທີ່ຕັ້ງແມ່ນກໍານົດເອົາວັດຫຼວງເອງ ເປັນເຂດ, ສ່ວນບໍລິເວນ ຂອງໂຮງຮຽນເວົ້າລວມແລ້ວກໍແມ່ນຖືເອົາວັດຫຼວງນັ້ນເປັນທີ່ຕັ້ງ ແລະ ບໍລິເວນ ແລະຂອບເຂດ. ຄວາມກ້ວາງແຄບນັ້ນກໍແມ່ນວ່າໂຮງຮຽນນັ້ນກໍ່ກ້ວາງແຄບຕາມໄປດ້ວຍໂດຍອີງໃສ່ວັດເປັນຫຼັກທິດເໜືອແມ່ນຕິດກັບ 
ແມ່ນໍ້າເຊໂດນທິດຕາເວັນອອກຕິດກັບທາງເລກທີ່ 13 ທິດໃຕ້ຕິດກັບ ແລະ ສວນເຍົາວະຊົນທັນວາ, ທິດຕາເວັນ ຕົກຕິດກັບທະນາຄານການຄ້າຕ່າງປະເທດ.


ວິທະຍາໄລຄູສົງຈໍາປາສັກແມ່ນສະບັນການສຶກສາຊັ້ນສູງໃນທາງພຣະພຸດທະສາສນາທຸກຢ່າງແມ່ນຂື້ນກັບວິທະຍາໄລຄູສົງຈໍາປາສັກໂດຍກົງ. ໃນຄວາມປະສົງຂອງຂະນະກຳມະການແມ່ນມີຈຸດມຸ້ງໝາຍເພື່ອກໍ່ຕັ້ງວິທະຍາໄລສົງແຫ່ງນີ້ໃຫ້ເປັນສູນລວມທາງວິຊາການຕ່າງໆ ທີ່ມີຄຸນຄ່າຕໍ່ມະນຸດມຸ້ງໝັ້ນໃນການທຳໜ້າທີ່ສຶກສາຄົ້ນຄວ້າ,ວິໃຈແລະສະແຫວງຫາຄວາມຮູ້ກ່ຽວກັບວິຊາການທາງດ້ານພຣະພຸດທະສາສນາ ແລະປະຍົກເຂົ້າກັບວິຊາການແລະຄວາມເປັນສາກົນເພື່ອທຳໜ້າທີ່ບໍລິການຄວາມຮູ້ກ່ຽວກັບວິຊາການທາງພຣະພຸດທະສາສນາ ທັງພາກທິດສະດີແລະພາກປະຕິບັດອັນໃດກໍໃຫ້ເກີດການພັດທະນາຊັບພະຍາກອນມະນຸດເພື່ອໃຫ້ມີບົດບາດຕໍ່ການພັດທະນາເສຖະກິດ-ສັງຄົມ ແລະສີ່ງແວດລ້ອມຢ່າງໝັ້ນຄົງ.ທັງເປັນສະຖາບັນອຸດົມຂອງລັດທີ່ມີບົດບາດໃນການໃຫ້ການສຶກສາຄົ້ນຄວ້າວິຊາການຊັ້ນສູງທາງພຣະພຸດທະສາສນາ ສຶກສາພຣະໄຕປິດົກທີ່ມຸ້ງຈະພະລິດບັນດິດທີ່ມີຄຸນນະພາບແລະໃຫ້ມາດຖານສາກົນອັນເປັນວິຊາການທາງພຣະພຸດທະສາສນາ ສົ່ງເສີມຄົ້ນຄວ້າວິໃຈໃຫ້ບໍລິການແກ່ສັງຄົມການທະນຸບໍາລຸງຮີດຄອງປະເພນີສີລະປະວັດທະນະທຳອັນດີງາມຂອງຊາດ. ເປົ້າໝາຍໃນການກໍ່ສ້າງວິທະຍາໄລແມ່ນມຸ້ງທີ່ການພັດທະນາການສຶກສາຄືເປັນຜູ້ຮອບຮູ້ດ້ານວິຊາການໃນທາງພຣະພຸດທະສາສນາ ມີປະຕິປະທາຄືການປະຕິບັດອັນໜ້າເຫຼື້ອມໃສ,ຝ່າຍຮູ້ຝ່າຍຄິດເປັນຜູ້ນໍາທີ່ດີທາງຈິດວິນຍານມີໂລກະທັດທີ່ກ້ວາງໄກ ມີສັກກະຍະພາບທີ່ຈະພັດທະນາຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນນະທຳແລະຈະຣິຍະທັມ ມີຈັນຍາມາລະຍາດທີ່ດີ ມີສັດທາອຸທິດຕົນເພື່ອພະພຸດທະສາສນາຮູ້ຈັກເສຍສະຫຼະເພື່ອສ່ວນລວມ,ສ້າງອົງຄວາມຮູ້ໃຫ້ແໜ້ນໜາ ເພື່ອເປັັນບຸກຄະລາກອນທີ່ດີຂອງຊາດ.

  II.      ເຫດຜົນໃນການກໍ່ສ້າງວິທະຍາໄລຄູສົງ ຈໍາປາສັກ
ວິທະຍາໄລຄູສົງຈໍາປາສັກຂອງພວກເຮົາແມ່ນເປັນສະຖາບັນໝຶ່ງ ເຊິງແນ່ໃສ່ການກໍສ້າງພຣະສົງ-ສາມະເນນ ທີ່ເປັນລູກຫຼານຂອງປະຊາຊົນບັນດາເຜົ່າໃຫ້ມີມີຄວາມຮູ້ຄວາມສາມາດສະຫຼາດຮູ້ໃນຫຼາຍດ້ານຄືໃນທາງດ້ານສາສນາ ແລະທາງດ້ານວິຊາການຫຼືຮູ້ທາງຄະດີທັມແລະຄະດີໂລກ,ທີ່ແທດເໝາະກັບສາມະນະພາວະເພື່ອປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດຕາມແນວທາງການປ່ຽນແປງໃໝ່ຂອງພັກ.ດັ່ງທີ່ຮູ້ກັນແລ້ວປະມານ 60%-80%ຂອງຊາວໝຸ່ມທີ່ເອົາຕົນເຂົ້າບວດໃນພຣະພຸດທະສາສນາເພື່ອຊອກສະແຫວງຫາຄວາມຮູ້ ອັນເປັນແສງສະຫວ່າງແຫ່ງຊີວິດດ້ວຍການຮຽນປະຣິຍັຕຕິທັມແລະ ການປະຕິບັດທັມ ຕາມການເວລາອັນສົມຄວນ ການສຶກສາໃນໂຮງຮຽນສົງນັ້ນມີຖິ່ນກໍາເນີດຢູ່ຊົນນະບົດຢູ່ເຂດສອກຫຼີກຫ່າງໄກຄວາມຈະເລີນແລະດ້ອຍໂອກາດທີ່ຈະໄດ້ຮັບການ ອີກປະການໜຶ່ງຄວາມບໍ່ພຽງພໍທາງດ້ານເສຖະກິດຂອງພໍ່ແມ່ກໍ່ແມ່ນອຸປະສັກສໍາຄັນອັນໝຶ່ງເຊິງເຮັດໃຫ້ລູກຫຼານຂອງປະຊາ ດັ່ງກ່າວບໍ່ມີໂອກາດໄດ້ຮັບການສຶກສາສູງຂື້ນຢູ່ລາວເຮົາຕັ້ງແຕ່ໃດມາວັດຍັງເປັນບ່ອນອຸປະກາລະໃຫ້ແກ່ຄົ້ນລາວຜູ້ດ້ອຍໂອກາດ ແລະພຣະພຸດທະສາສນາຍັງເປັນທີ່ເຄົາລົບນັບຖືຂອງຄົນລາວໂດຍທົ່ວໄປຕິດພັນກັບຊາດແລະວັດທະນະທໍາຂອງລາວ ມາເປັນຫຼາຍສັດຕະວັດ.
ດ້ວຍເຫດນັ້ນການກໍສ້າງຊັບພະຍາກອນມະນຸດດ້ານການສຶກສາສົງຈຶ່ງເປັນການຊ່ວຍເຫຼືອລູກຫຼານຂອງຊາວຜູ້ອອກແຮງງານບັນດາເຜົ່າ ການກໍສ້າງຊັບພະຍາກອນມະນຸດດ້ານການສຶກສາສົງຕ້ອງໄດ້ເອົາໃຈໃສ່2ດ້ານຄື:ຄວາມຮູ້ທາງດ້ານພຣະພຸດທະສາສນາເປັນຕົ້ນຕໍ ແລະວິທະຍາການຄວາມຮູ້ທົ່ວໄປວິຊາການຂະແໜງການດ້ານສັງຄົມຕ່າງໆທີ່ພົວພັນກັບການພັດທະນາຊຸມຊົນເປັນສໍາຄັນ ເພື່ອເປັນຊັບສົມບັດທາງສະຕິປັນຍາໃຫ້ແກ່ການສຶກສາອັນເປັນຄວາມຮູ້ທີ່ປະດັບຊີວິດນໍາໄປໝູນໃຊ້ໃຫ້ໄດ້ເກີດປະໂຫຍດຕໍ່ຊາດ ແລະ ພຣະພຸດທະສາສນາຄຽງຄູ່ກັນໄປ.

III.      ວ່າດ້ວຍການສ້າງຕັ້ງ ແລະ ລະບົບການບໍລິຫານ ຂອງວິທະຍາໄລສົງຈໍາປາສັກ.
ວິທະຍາໄລຄູສົງຈໍາປາສັກ ເປັນສະຖາບັນແຫ່ງທີ່ສອງຂອງປະເທດລາວ ຜູ້ດິເລີມສ້າງຕັ້ງ ແມ່ນ:    ພຣະອາຈາຣຍ໌ໃຫຍ່ ມາຫາ ສຸວັນ ຈັນທະຣາຊ ປະທານ ອ.ພ.ສ ແຂວງຈໍາປາສັກ.
v    ວິທະຍາໄລສົງຈໍາປາສັກ ສ້າງຕັ້ງເມື່ອວັນທີ 05/10/2006  ເຫັນ ແລະ ຮັບຮູ້ໂດຍກະຊວງສຶກສາທິການ ແລະ ກິລາ.

ລະບົບການບໍລິຫານ ຂອງວິທະຍາໄລຄູສົງຈໍາປາສັກ

 


1.      ການເປີດການຮຽນການສອນ
ວິທະຍາໄລສົງຈໍາປາສັກເລີມເປີດກອນຮຽນການສອນມາແຕ່ປີ2006-2014ມີນັກສຶກສາເຂົ້າມາຮຽນຈໍານວນ 85 ອົງ ລຸ້ນທໍາອິດ ປີທີ 1 ມີສາຍຮຽນຢູ່ 2 ສາຍຄື: ສາຍອັກສອນສາດ ແລະ ສາຍຄຣຸສາດ ທັງສອງສາຍນີ້ວິຊາຮຽນກໍ່ຄ້າຍຄືກັນ. ຕໍ່ມາປີ 2007 – 2014 ໄດ້ເປີດຮັບເອົານັກສຶກສາລຸ້ນ 2-3-4-5-6-7  ແລະ ທາງວິທະ ຍາໄລສົງຈໍາປາສັກ ໄດ້ປັບປຸງຫຼັກສູດຄືນໃໝ່ ໃນການຮຽນການສອນ ມີ 5 ສາຍຄື: ສາຍອັກສອນສາດ, ສາຍພຣະພຸດທະສາສນາ, ສາຍວິທະຍາສາດສັງຄົມ, ສາຍວິທະຍາສາດທໍາມະຊາດ, ສາຍພາສາອັງກິດ.

ສະຖິຕິ ຈໍານວນພົນ ພະນັກງານຄູສອນ, ນັກສຶກສາ ຫ້ອງຮຽນ ນັບແຕ່ປີ 2013-2014

¦¾¨»¼­
콩ñ®-§˜­
¡¾­-»¼­
2012  Œ 2013
2013 Π2014
츴
²ë½
-À­­
츴
²ë½
-À­­
Ø   ¦¾¨-£ø-´ñ©ê½¨ö´-ªí­ນ
£ø-¸ò꽨¾¦¾©-ê¿-´½-§¾©
12+2
8
7
1
31
23
8
£ø¸ò꽨¾¦¾©-¦ñ¤£ö´
12+2
42
35
7
38
28
10
£ø-²÷©ê½-¦¾©¦½Î¾
12+2
43
 37
6
71
52
19
£ø-²¾¦¾-ºñ¤¡ò©
12+2
19
14
5
26
20
6
£ø-ºñ¡¦º­¦¾©
12+2
18
15
2
18
13
5
Ø   ¦¾¨£ø¯½ìò­¨¾ªó
£ø²÷©ê½¦¾©¦½Î¾ ¯ó 3
12+ 4
33
25
8
33
25
8
£ø²÷©ê½¦¾©¦½Î¾ ¯ó 2
12+ 4
14
13
1
14
13
1
£ø²¾¦¾ºñ¤¡ò© ¯ó 2
12+ 4
37
28
9
37
28
9
츴

214
175
39
268
202
66


















ไม่มีความคิดเห็น:

แสดงความคิดเห็น